ທະນາຄານພັດທະນາຊົນນະບົດ ລາວ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບ ທະນາຄານນະໂຍບາຍ ສັງຄົມ ຫວຽດນາມ


     ໃນລະຫວ່າງວັນທີ 09 ຫາ 14 ມີນາ 2026 ຜ່ານມາ ຄະນະຜູ້ແທນ ທະນາຄານພັດທະນາຊົນນະບົດ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ຄະນະຜູ້ແທນ ທະນາຄານນະໂຍບາຍ ສັງຄົມຫວຽດນາມ ຢູ່ທີ່ ນະຄອນ ໂຮ່ຈີມິງ ແລະ ແຂວງ ອານ ຢາງ, ສສ ຫວຽດນາມ, ເຊິ່ງການໄປຢ້ຽມຢາມ ທະນາຄານນະໂຍບາຍ ສັງຄົມຫວຽດນາມ ໃນຄັ້ງນີ້ ນໍາພາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການໃຫຍ່ ທະນາຄານພັດ ທະນາຊົນນະບົດ ແລະ ເປັນກຽດຕ້ອນຮັບໂດຍ ທ່ານ ເຢືອງ ກ໋ຽດ ຖັງ ຜູ້ອຳນວຍການໃຫຍ່ ທະນາຄານນະໂຍບາຍ ສັງຄົມຫວຽດນາມ ພ້ອມດ້ວຍຄະນະ ແລະ ຫົວໜ້າສາຂາ ຈໍານວນໜຶ່ງ.


     ການໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ທະນາຄານນະໂຍບາຍ ສັງຄົມຫວຽດນາມ ໃນຄັ້ງນີ້ ທັງສອງຝ່າຍ ໄດ້ລາຍງານຜົນການເຄື່ອນ ໄຫວວຽກງານ ໃນໄລຍະຜ່ານມາ ແລະ ໄດ້ຮ່ວມກັນສົນທະນາແລກປ່ຽນປະສົບການ ກ່ຽວກັບຜົນການດໍາເນີນວຽກງານໃນໄລຍະຜ່ານມາ ເປັນຕົ້ນ: 1. ດ້ານການໃຫ້ບໍລິການເງິນຝາກ ແລະ ການບໍລິຫານແຫຼ່ງທຶນ; 2. ການສະໜອງສິນເຊື່ອ ແລະ ແກ້ໄຂໜີ້ NPL; 3. ການບໍລິຫານຄວາມສ່ຽງ ໃນຂະແໜງການທະນາຄານ.

     ພ້ອມກັນນີ້ ທັງສອງຝ່າຍ ຍັງໄດ້ກໍານົດແນວທາງ ແລະ ແຜນການຮ່ວມມື ໃນໄລຍະປີ 2026 - 2027 ເພື່ອໃຫ້ສອດຄ່ອງກັບນະໂຍບາຍ ແລະ ທິດທາງການພັດທະນາ ໃນໄລຍະໃໝ່.

     ຜ່ານການໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ທະນາຄານນະໂຍບາຍ ສັງຄົມຫວຽດນາມ ໃນຄັ້ງນີ້ ສາມາດສ້າງຄວາມເຂົ້າໃຈຮ່ວມກັນ ລະ ຫວ່າງ ສອງຝ່າຍໄດ້ຢ່າງເລີກເຊີ່ງ, ເພີ່ມພູນຄວາມສໍາພັນສາມັກຄີຮັກແພງອັນດີ, ສະນັ້ນ ການໄປຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້ ຖືເປັນບາດ ກ້າວທີ່ສໍາຄັນໃນການຂັບເຄື່ອນວຽກງານ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາໃນໄລຍະໃໝ່ ແລະ ມຸ້ງໜ້າໄປສູ່ຜົນສໍາເລັດຢ່າງ ໝັ້ນຄົງ ແລະ ຍືນຍົງ. 



ຂຽນໂດຍ: ສັນທະກອນ ທະນູສິງ